GRAPHIC DESINGER

วันอังคารที่ 5 เมษายน พ.ศ. 2554

5 ວິທີລົງໂທດລູກແບບສ້າງສັນ


ຮຽບ​ຮຽງ​ໂດຍ: ຕາ​ດຳ
   ການ​ໃຊ້​ຄຳ​ເວົ້າ ຫລື ອາດເຖິງ​ຂັ້ນ​ຕ້ອງ​ລົງ­ມື​ຕີ​ລູກ ເພື່ອ​ຕັກເຕືອນ​ເປັນ​ວິ­ທີ​ທີ່​ຜູ້​ປົກ­ຄອງ​ສ່ວນຫລາຍ​ໃຊ້​ລົງ­ໂທດ​ລູກ​ໃນ​ໄວ ​ຮຽນທີ່​ມີ​ພຶດ­ຕິ​ກຳ​ທີ່​ບໍ່​ຄວນ​ເຮັດ, ມື້­ນີ້​ມີວິ­ທີ​ການ​ລົງ­ໂທດ​ລູກ​ແບບ​ສ້າງສັນ​ໃຫ້​ໄປ​ປັບ​ໃຊ້​ກັບ​ລູກ​ໃນ​ ການລົງ­ໂທດ​ເທື່ອ​ຫນ້າ.
   1ຝຶກ​ໃຫ້​ລູກ​ມີ​ຄວາມ​ຮັບ​ຜິດຊອບ: ການ​ມອບ​ຫນ້າ­ທີ່​ໃຫ້​ລູກຮັບ­ຜິດ­ຊອບ​ດູ​ແລ​ເລື່ອງ​ຄວາມ​ສະອາດ​ພາຍ​ໃນ​ເຮືອນ ​ເຊັ່ນ​ຫ້ອງ​ນັ່ງຫລິ້ນ, ຫ້ອງ​ນອນ ແລະ ອື່ນໆພ້ອມກັບ​ກຳ­ນົດ​ໄລ­ຍະ​ໃນ ​ການ​ລົງ­ໂທດອາດ​ຈະ​ໃຫ້​ເຮັດ​ຄວາມ​ສະ­ອາດເປັນ​ມື້​ພັກ​ຮຽນ​ກໍ່​ໄດ້.
   2ຫລຸດ​ເງິນ​ຄ່າ​ເຂົ້າ­ຫນົມ​ລົງ: ອາດ​ຫັກ​ເງິນ​ຄ່າ​ເຂົ້າ­ຫນົມ​ຂອງລູກ​ອອກ 30%ຂອງ​ຈຳ­ນວນ ເງິນ​ເຕັມ­ທີ່​ລູກ​ໄດ້​ຮັບ​ແຕ່​ລະ​ມື້ (ຖ້າ​ລູກ​ດື້​ຫລາຍ​ໃຫ້​ຫັກ​ເງິນ​ລົງອີກ​ ຂຶ້ນ​ຢູ່​ກັບ​ພຶດ­ຕິ​ກຳ) ຂະ­ ນະດຽວ​ກັນ ກໍ່­ສ້າງ​ແຮງ​ຈູງ​ໃຈ​ໄປ​ນຳເພາະ​ເມື່ອ​ລູກ​ເປັນ​ຄົນ​ເວົ້າ​ຟັງຄວາມ​ຕາມ​ ເງື່ອນ­ໄຂ​ທີ່​ຕົກ­ລົງແລ້ວ​ລູກ​ຈະ​ໄດ້​ເງິນ​ສົມ­ທົບ​ຈຳນວນ​ເງິນ​ທີ່​ຫັກ​ ກ່ອນ​ຫນ້າ​ນັ້ນ ເພື່ອເກັບ​ທ້ອນ​ໄວ້​ເປັນ​ເງິນ​ຝາກ​ຜ່ານການ​ເຮັດ​ຄວາມ​ດີ.
   3ຝຶກ​ໃຫ້​ລູກ​ຮູ້­ຈັກ​ເຮັດ​ເພື່ອຄົນ​ອື່ນ: ໃຫ້​ລູກ​ເຮັດ​ກິດ­ຈະ­ກຳ​ທີ່ເປັນ​ປະ­ໂຫຍດ​ຕໍ່​ຜູ້​ອື່ນ ໂດຍ​ໃຫ້​ລູກໃຊ້​ເວ­ລາ​ຈາກ​ການ​ຫລິ້ນ​ເກມ​ມາເຮັດ​ກິດ­ຈະ­ກຳ​ໃຫ້​ເກີດ​ປະ­ໂຫຍດ ເຊັ່ນ​ການ​ອ່ານ­ຫນັງ­ສື, ການ​ເລົ່າ​ນິທານ​ອັດ​ໃສ່​ກະ​ແຊັດ ເພື່ອ​ນຳ­ໄປ ເປີດ​ໃຫ້​ຜູ້​ທີ່​ພິ­ການ​ທາງ​ສາຍ­ຕາຟັງ​ນອກ­ຈາກ​ເກີດ​ປະ­ໂຫຍດ​ແລ້ວ ລູກ​ຍັງ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ຮັບຜິດ​ຊອບ​ຕໍ່​ສັງ­ຄົມ​ໄປ​ໃນ​ຕົວ.
   4ຈັດ​ອັນ​ດັບ​ຄວາມ​ດີ: ນຳເອົາ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ມາ​ເປັນ​ຫົວ­ຂໍ້ໃຫ້​ລູກ​ແຕ່ງ​ເລື່ອງ​ອະ­ທິ­ບາຍ ​ເຖິງສິ່ງ​ທີ່​ເກີດ​ຂຶ້ນ​ວ່າ​ຍ້ອນ​ສາ­ເຫດໃດ? ຄວນ​ແກ້​ໄຂ ຫລື ມີ​ສິ່ງ​ໃດ​ທີ່ລູກ​ຕ້ອງ­ການ? ຈາກ​ຈຸດ​ນັ້ນ ຈະຊ່ວຍ​ໃຫ້​ລູກ​ຄ່ອຍໆ​ທົບ​ທວນ​ສິ່ງທີ່​ເກີດ​ຂຶ້ນ ແລະ ທ່ານ​ກໍ່​ສາ­ມາດ​ຮັບ​ຮູ້​ເຖິງ​ຄວາມ​ຄິດ​ສິ່ງ​ທີ່​ລູກ​ຕ້ອງການ ເພື່ອ​ນຳ​ມາ​ໃຊ້​ເປັນ​ຂໍ້​ມູນໃນ​ການ​ປັບ​ຫລື​ແກ້​ໄຂ​ພຶດ­ຕິ​ກຳ​ລູກຕໍ່​ໄປ.
   5ງົດ​ກິດ­ຈະ­ກຳ​ຂອງ​ລູກ: ນີ້ຄື​ວິ­ທີ​ສຸດ​ທ້າຍ​ທີ່​ໄດ້­ຜົນ​ຄື​ການງົດ​ເວ­ລາ​ຄວາມ​ບັນ­ເທີງ​ ຕ່າງໆເຊັ່ນ ຫລິ້ນ​ເກມ ແລະ ກິດ­ຈະ­ກຳອື່ນໆ​ທີ່​ລູກ​ມັກ​ຕ້ອງ​ມີ​ການ​ກຳ­ນົດເວ­ລາ​ໃນ​ການ​ເຮັດ​ກິດ­ຈະ­ກຳ ​ນັ້ນໆໃຫ້​ຫນ້ອຍ​ລົງ​ຈາກ​ເດີມ​ເຊັ່ນ ເຄີຍໃຫ້​ຫລິ້ນ​ເກມ 1ຊົ່ວ­ໂມງ ກໍ່​ຫລຸດລົງ​ມາ​ໃຫ້​ຫລິ້ນ​ພຽງ 30ນາ­ທີເປັນ­ຕົ້ນ.
   ການ​ຕັກ­ເຕືອນ​ລູກ​ໃນ​ເບື້ອງຕົ້ນ ພ້ອມ​ກັບ​ບອກ​ໃຫ້​ລູກ​ຮູ້​ເຖິງວິ­ທີ​ການ​ລົງ­ໂທດ​ເມື່ອ​ເຮັດ​ຜິດ ເມື່ອ​ລູກ​ເຮັດ​ຜິດ​ກໍ່​ໃຫ້​ລົງ­ໂທດຕາມ​ຂໍ້​ຕົກ­ລົງ​ກັນ​ໄວ້.
   ການ​ລົງ­ໂທດ​ລູກ​ດ້ວຍ​ກິດ​ຈະ ກຳ ຫລື ວິ­ທີ​ໃດ​ກໍ່​ຕາມທ່ານ​ຄວນ ເບິ່ງ​ຄວາມ​ເຫມາະ​ສົມ​ເລື່ອງ​ຂອງໄວ​ເປັນ​ຫລັກ​ສິ່ງ​ສຳ­ຄັນ​ຄື ເມື່ອ​ລູກປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ​ໄດ້​ແລ້ວ ກໍ່ຄວນ​ໃຫ້​ກຳ­ລັງ​ໃຈ ແລະ ຍ້ອງຍໍ​ລູກ.

ไม่มีความคิดเห็น:

แสดงความคิดเห็น